ຄະນະຜູ້ແທນສະມາຄົມມິດຕະພາບ ກໍາປູເຈຍ - ລາວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 01 – 05 ຕຸລາ 2025
ເຜີຍແຜ່ໂດຍ: moderator ເວລາ: 03/10/2025 15:43:46 ຈຳນວນຢ້ຽມຊົມ 136 ຄັ້ງ ໂດຍຕອບສະໜອງຕາມຄຳເຊີນຂອງສະມາຄົມມິດຕະພາບ ລາວ - ກໍາປູເຈຍ ຂັ້ນສູນກາງ, ຄະນະຜູ້ແທນສະມາຄົມມິດຕະພາບ ກໍາປູເຈຍ - ລາວ ນໍາໂດຍ ທ່ານ ພົນເອກ ນຽງ ພາດ, ປະທານສະມາຄົມມິດຕະພາບ ກໍາປູເຈຍ - ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 01 – 05 ຕຸລາ 2025.
ໃນວັນທີ 02 ຕຸລາ 2025, ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ສະມາຄົມມີິດຕະພາບ ລາວ - ກໍາປູເຈຍ ແລະ ກໍາປູເຈຍ - ລາວ. ຝ່າຍລາວ ນໍາໂດຍ ທ່ານ ຄໍາໃບ ດໍາລັດ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ - ກໍາປູເຈຍ; ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ພົນເອກ ນຽງ ພາດ, ປະທານສະມາຄົມມິດຕະພາບ ກໍາປູເຈຍ - ລາວ. ໃນກອງປະຊຸມ ສອງຝ່າຍ ໄດ້ທົບທວນຕີລາຄາຄືນການພົວພັນຮ່ວມມື ແລະ ການເຄື່ອນໄຫວສ້າງກິດຈະກໍາຮ່ວມກັນໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ. ພ້ອມນັ້ນ, ສອງຝ່າຍ ຍັງປຶກສາຫາລືຄົ້ນຄວ້າການພົວພັນຮ່ວມມືໃນການສ້າງການຄ້າຊາຍແດນລະຫວ່າງ ລາວ ແລະ ກໍາປູເຈຍ. ສອງຝ່າຍເຫັນດີຈະສືບຕໍ່ກົນໄກປະສານງານ, ແລກປ່ຽນ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ກໍາປູເຈຍ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ກ້າວເຂົ້າສູ່ລະດັບໃໝ່.
ໃນວັນດຽວກັນ, ຄະນະຜູ້ແທນສະມາຄົມມິດຕະພາບ ກໍາປູເຈຍ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ. ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານໝັ້ນຄົງຍາວນານ ລາວ - ກໍາປູເຈຍ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວ ຂອງ ສະມາຄົມມິດຕະພາບ ກໍາປູເຈຍ-ລາວ ທີ່ໄດ້ສົມທົບກັບຄູ່ຮ່ວມມື ຂອງລາວ ເຄື່ອນໄຫວຮ່ວມກັນ ຊຸກຍູ້, ສົ່ງເສີມ ແລະ ສະໜັບສະໜູນການພົວພັນຮ່ວມມື ແລະ ໄປມາຫາສູ່, ພົບປະແລກປ່ຽນ, ສ້າງກິດຈະກໍາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນໂດຍສະເພາະແມ່ນປະຊາຊົນຕາມເຂດຊາຍແດນເຮັດໃຫ້ຊາຍແດນເປັນຊາຍແດນມິດຕະພາບ, ສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ.
ສ່ວນ ທ່ານປະທານສະມາຄົມມິດຕະພາບ ກໍາປູເຈຍ - ລາວ ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ, ທັງໄດ້ແຈ້ງຈຸດປະສົງ ແລະ ລາຍງານສະພາບການພົ້ນເດັ່ນການພັດທະນາ ຂອງ ຣາຊະອານາຈັກກໍາປູເຈຍ ແລະ ການເຄື່ອນໄຫວຂອງສະມາຄົມມິດຕະພາບ ກໍາປູເຈຍ - ລາວ ໃຫ້ຊາບ.
ນອກຈາກພົບປະເຮັດວຽກ ຄະນະຜູ້ແທນຍັງໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວ ປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຈໍານວນໜຶ່ງ.
09/10/2025 08:35:40
03/10/2025 15:43:46
19/09/2025 14:02:11
18/09/2025 14:09:50
16/09/2025 10:55:18
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24