ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນເເມ່ຍິງລາວ ຄົບຮອບ 70 ປີ (20/07/1955-20/07/2025)
ເຜີຍແຜ່ໂດຍ: moderator ເວລາ: 24/07/2025 13:53:23 ຈຳນວນຢ້ຽມຊົມ 2748 ຄັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນເເມ່ຍິງລາວ ຄົບຮອບ 70 ປີ (20/07/1955-20/07/2025), ໃນຕອນບ່າຍຂອງວັນທີ 23ກໍລະກົດ 2025, ສະຫະພັນເເມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໄປທັດສະນະສຶກສາ ແລະ ທ່ຽວຊົມ ຫໍພິພິທະພັນສິລະປະລາວ ນໍາໂດຍ ສະຫາຍ ນາງ ສຸກສະຫວັນ ເເກ້ວວິໄລວັນ, ປະທານສະຫະພັນເເມ່ຍິງ ຄຕພ ພ້ອມດ້ວຍສະມາຊິກ ສະຫະພັນ ເເມ່ຍິງ ຄຕພ ຈໍານວນ 45ສະຫາຍ ເຂົ້າຮ່ວມ.
ຈຸດປະສົງຂອງການໄປທັດສະນະສຶກສາ ແລະ ທ່ຽວຊົມ ຫໍພິພິທະພັນສິລະປະລາວ ໃນຄັ້ງນີ້ ເເມ່ນເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນເເມ່ຍິງລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ ເເລະ ເພື່ອເຮັດໃຫ້ສະມາຊິກສະຫະພັນເເມ່ຍິງ ຄຕພ ໄດ້ຮຽນຮູ້ເຖິງສີໄມ້ລາຍມື ແລະ ຄຸນຄ່າຂອງຜົນງານ ໂດຍຜ່ານການເເກະສະຫຼັກໄມ້ຫຼາກຫຼາຍຊະນິດທີ່ເຕັມໄປດ້ວຍຄວາມສວຍງາມ, ໜ້າສົນໃຈ ແລະ ເປັນເອກະລັກຂອງວັດທະນະທໍາລາວ. ພ້ອມນັ້ນ, ກໍຍັງເປັນສະຖານທີ່ທ່ອງທ່ຽວທີ່ເປັນການອະນຸລັກຮີດຄອງປະເພນີລາວ, ສິລະປະວັດທະນະທໍາລາວເເຕ່ເໜືອເຖິງໃຕ້ ໂດຍໄດ້ຖ່າຍທອດຜ່ານການເເກະສະຫຼັກລວດລາຍຕ່າງໆທີ່ມີຄວາມປານີດ ເພື່ອພ້ອມກັນປົກປັກຮັກສາມູນມໍລະດົກອັນລໍ້າຄ່ານີ້ໃຫ້ຢູ່ຄູ່ກັບຄົນລາວສືບໄປ.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18


