ຄະນະຜູ້ແທນພັກກອມມູນິດຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 21/07/2025 11:17:11 ຈຳນວນຢ້ຽມຊົມ 696 ຄັ້ງ ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ແລະ ແຜນການຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດ ຂອງ 2 ສູນກາງພັກ ລາວ-ຈີນ ປະຈຳປີ 2025 ກໍຄື ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບປີ 2024-2028, ຄະນະຜູ້ແທນ ຂອງ ພັກກອມມູນິດຈີນ ນຳໂດຍ ສະຫາຍ ເສີນໂຈ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 16-18 ກໍລະກົດ 2025.
ໃນຕອນບ່າຍ ວັນທີ 17 ກໍລະກົດ 2025, ສະຫາຍ ເສີນໂຈ ໄດ້ພົບປະເຮັດວຽກກັບ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໃນໂອກາດດັ່ງກ່າວ ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍຕໍ່ການຢ້ຽມຢາມ-ເຮັດວຽກ ຢູ່ ສປປ ລາວ ຂອງ ສະຫາຍ ເສີນໂຈ ພ້ອມດ້ວຍຄະນະ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍຄື ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ໃນການພົບປະ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຄືນ ການພົວພັນຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ໃນໄລຍະຜ່ານມາ ກໍຄື ການປະສານສົມທົບກັນ ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັັກ ລາວ-ຈີນ ໃນການຊຸກຍູ້ຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ບັນດາແຜນການຮ່ວມມື ລະຫວ່າງ ສອງພັກ ແລະ ການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ທີ່ການນຳສອງພັກ, ສອງລັດ ລາວ-ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ປະກົດຜົນເປັນຈິງ ແລະ ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມື ລະຫວ່າງ ສອງພັກ ໃນຕໍ່ໜ້າ.
ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ເສີນໂຈພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກກັບ ສະຫາຍ ປອ. ຄຳມອນ ຈັນທະຈິດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານ ຜູ້ປະຈໍາການ ສະພາທິດສະດີສູນກາງພັກ; ພົບປະກັບ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມທັງໄດ້ຮ່ວມກັນ ຈັດກອງປະຊຸມແລກປ່ຽນບົດຮຽນກັບພາກສ່ວນກ່ຽວຂ້ອງຂອງລາວ ແລະ ຢ້ຽມຢາມໂຄງການຮ່ວມມື ລາວ-ຈີນ ທີ່ສໍາຄັນຈໍານວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18



