ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປະກາດພະນັກງານ ອອກພັກການ-ຮັບອຸດໜູນບຳນານ
ເຜີຍແຜ່ໂດຍ: moderator ເວລາ: 05/05/2025 08:37:46 ຈຳນວນຢ້ຽມຊົມ 787 ຄັ້ງ ໃນຕອນເຊົ້າຂອງວັນທີ 02 ພຶດສະພາ 2025, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີປະກາດ ພະນັກງານຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບຳນານ ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໂດຍມີ ຄະນະພັກ, ຄະນະນຳ, ຄະນະກົມ ແລະ ພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ສະຫາຍ ເກີລໍ່ ຢ່າງກໍ່, ກຳມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 336/ຄລສພ, ລົງວັນທີ 02/01/2025 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ນາງ ສິຣິພອນ ຄູຫາເທບ, ກຳມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມ ເອີຣົບ-ອາເມຣິກາ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ອອກພັກການ-ຮັບອຸດໜູນບຳນານ ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.
ສະຫາຍ ນາງ ສິຣິພອນ ຄູຫາເທບ ແມ່ນຜູ້ໜຶ່ງທີ່ມີຄຸນງາມຄວາມດີ ແລະ ຜົນງານຢ່າງຫຼວງຫຼາຍຕໍ່ຂະ ແໜງການຕ່າງປະເທດ ໃນໄລຍະຜ່ານມາເປັນຕົ້ນແມ່ນໄດ້ຮັບການແຕ່ງຕັ້ງເປັນພະນັກງານນຳພາ-ຄຸ້ມຄອງຂັ້ນຕ່າງໆ. ນອກນັ້ນ, ຍັງເຄີຍໄປປະຈຳການຢູ່ຕ່າງປະເທດ ເຊິ່ງເປັນຮອງຫົວໜ້າສຳນັກງານການທູດ ສປປ ລາວ ປະຈຳ ສິງກະໂປ.
ໃນຕອນທ້າຍ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າ ຄຕພ ກໍ່ໄດ້ໃຫ້ກຽດມີຄຳເຫັນຕໍ່ພິທີດັ່ງກ່າວ ໂດຍໄດ້ກ່າວວ່າ: ການອອກພັກຜ່ອນຮັບອຸດໜູນ-ບຳນານ ໝາຍເຖິງກຽດອັນສູງສົ່ງຂອງພະນັກງານ ທີ່ໄດ້ເຮັດສຳເລັດໜ້າທີ່ການປະຕິວັດ ຢ່າງສຸດກົກສຸດປາຍ, ເປັນການປະຕິ ບັດນະໂຍບາຍຂອງພັກ-ລັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ຕໍ່ພະນັກງານທີ່ມີຄຸນງາມຄວາມດີ, ເຮັດສຳເລັດການປະຕິວັດ ແລະ ໜ້າທີ່ການເມືອງ ທັງເປັນກົດເກນທີ່ພະນັກງານທຸກຂັ້ນຕ້ອງໄດ້ຮັບການຈັດຕັ້ງປະຕິບັດ.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18



