ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດ ສສ ຫວຽດນາມ ເຂົ້າອວຍພອນປີໃໝ່ລາວ ປີ 2025
ເຜີຍແຜ່ໂດຍ: moderator ເວລາ: 10/04/2025 13:49:28 ຈຳນວນຢ້ຽມຊົມ 210 ຄັ້ງ ໃນວັນທີ 10 ເມສາ 2025, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສະຖານທູດ ແລະ ບັນດາຫ້ອງ ການຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າອວຍພອນປີໃໝ່ລາວ ພສ 2568.
ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ຕາງໜ້າ ຄະນະພັກ, ຄະນະນໍາ ແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ສະແດງຄວາມຂອບອົກຂອບໃຈຕໍ່ ສະຫາຍ ຫງວຽນ ມິງເຕີມ ພ້ອມຄະນະ ທີ່ໄດ້ມາອວຍພອນ ເນື່ອງໃນໂອກາດປີໃໝ່ລາວ ປີ 2025 ເຊິ່ງໄດ້ນໍາເອົາມິດຈິດມິດໃຈ, ຄວາມສາມັກຄີຮັກແພງ ຖານມິດສະຫາຍອ້າຍນ້ອງທີ່ໃກ້ຊິດ ແລະ ຄໍາອວຍພອນໄຊອັນເສີດ ມາຍັງ ຄະນະພັກ, ຄະນະນໍາ ແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ທຸກຖ້ວນໜ້າ. ສະຫາຍ ວາລະໄຊ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນ ຂອງສະຖານທູດ ໃນການປະສານສົມທົບຢ່າງແໜ້ນແຟ້ນ ກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນຕ່າງໆຂອງລາວ ໃນການເປັນເສນາທິການ, ເປັນຂົວຕໍ່ ແລະ ຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ, ຂະແໜງ ການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ ຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງ ສອງພັກ, ສອງລັດ ໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນໄປ.
ສະຫາຍ ຫງວຽນມິງເຕີມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດທີ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ຍາດມາໄດ້ ຕະຫຼອດໄລຍະແຫ່ງການປ່ຽນແປງໃໝ່ ກໍ່ຄືຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອກ້າວເຂົ້າສູ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະ ໄໝທີ XII ຂອງພັກ, ຕີລາຄາສູງ ຕໍ່ການປະກອບສ່ວນຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າໃນຜົນສໍາເລັດ ລວມຂອງ ສປປ ລາວ ກໍ່ຄື ການປະກອບສ່ວນເຂົ້າໃນການເສີມສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ສອງຝ່າຍ ໄດ້ປຶກສາ ແລະ ແລກປ່ຽນບາງບັນຫາທີ່ຕ່າງຝ່າຍໃຫ້ຄວາມສົນໃຈ, ຍິນດີປະສານສົມທົບຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງຂອງ ສອງຝ່າຍ, ພ້ອມທັງຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ໝັ້ນຄົງຕະຫຼອດໄປ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46