ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ
ເຜີຍແຜ່ໂດຍ: moderator ເວລາ: 23/07/2024 16:05:01 ຈຳນວນຢ້ຽມຊົມ 794 ຄັ້ງ ເພື່ອເປັນການລະນຶກເຖິງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955 – 20 ກໍລະກົດ 2024), ໃນວັນທີ 23 ກໍລະກົດ 2024 ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ, ທີ່ສູນຝຶກອົບຮົມແມ່ຍິງລາວ; ໂດຍມີຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ, ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ, ຕາງໜ້າຊາວໜຸ່ມ ແລະ ກໍາມະບານ ຄຕພ ເຂົ້າຮ່ວມ 22 ສະຫາຍ. ເຮັດໃຫ້ເອື້ອຍນ້ອງແມ່ຍິງເຫັນໄດ້ມູນເຊື້ອ, ປະຫວັດສາດ ການເຄື່ອນໄຫວ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນແມ່ຍິງລາວ ໃນແຕ່ລະໄລຍະ ໂດຍພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ. ພ້ອມທັງເປັນການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ຈະມາເຖິງນີ້.
09/01/2026 22:23:24
09/01/2026 22:11:08
09/01/2026 09:17:57
09/01/2026 09:10:04
09/01/2026 08:52:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30



