ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກໍາປູເຈຍ
ເຜີຍແຜ່ໂດຍ: moderator ເວລາ: 19/07/2024 09:41:26 ຈຳນວນຢ້ຽມຊົມ 298 ຄັ້ງ ໂດຍຕອບສະໜອງຕາມຄຳເຊີນຂອງ ສະມາຄົມມິດຕະພາບ ກໍາປູເຈຍ-ລາວ ຂັ້ນສູນກາງ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ນຳໂດຍ ທ່ານ ຄໍາໃບ ດໍາລັດ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກໍາປູເຈຍ ແຕ່ວັນທີ 08-12 ກໍລະກົດ 2024.
ໃນວັນທີ 08 ກໍລະກົດ 2024, ໄດ້ຈັດກອງປະຊຸມພົບປະລະຫວ່າງ ຄະນະຜູ້ແທນ ສະມາຄົມ ມິດຕະພາບ ລາວ-ກໍາປູເຈຍ ແລະ ສະມາຄົມມິດຕະພາບ ກໍາປູເຈຍ-ລາວ. ຝ່າຍ ລາວ ນຳໂດຍ ທ່ານ ຄຳໃບ ດຳລັດ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກຳປູເຈຍ ແລະ ຝ່າຍກຳປູເຈຍ ນຳໂດຍ ທ່ານ ພົອ. ນຽງ ພາດ, ສະມາຊິກສະພາສູງ, ປະທານສະມາຄົມມິດຕະພາບ ກໍາປູເຈຍ-ລາວ ຂັ້ນສູນກາງ. ໃນກອງປະຊຸມພົບປະສອງຝ່າຍ ໄດ້ຕີລາຄາການພົວພັນຮ່ວມມືໃນໄລຍະຜ່ານມາ ເຫັນວ່າ ການພົວພັນຮ່ວມມືຍັງສືບຕໍ່ໄດ້ຮັບການພັດທະນາ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ແຈ້ງສະພາບການພົ້ນເດັ່ນ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ. ສອງຝ່າຍເຫັນດີສືບຕໍ່ກົນໄກການແລກປ່ຽນ, ຊຸກຍູ້ການໄປມາຫາສູ່ ແລະ ສ້າງກິດຈະກໍາຮ່ວມກັນລະຫວ່າງປະຊາຊົນ ຮ່ວມມືລະຫວ່າງນັກທຸລະກິດ ຂອງສອງປະເທດ ໂດຍສະເພາະຢູ່ເຂດຊາຍແດນ ເພື່ອສ້າງຊາຍແດນເປັນຊາຍແດນແຫ່ງມິດຕະພາບ, ສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ.
ນອກຈາກພົບປະສອງຝ່າຍ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ຍັງໄດ້ພົບປະກັບ ທ່ານ ແຍມ ວາລີ, ຜູ້ປະຈໍາການເລຂາທິການໃຫຍ່ແນວໂຮມສາມັກຄີພັດທະນາມະຕຸພູມກໍາປູເຈຍ ແລະ ທ່ານ ມາງ ສີເນັດ, ເຈົ້າແຂວງພຣະສີຫານຸ. ການພົບປະແຕ່ລະບ່ອນ ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກໍາປູເຈຍ ທີ່ນັບມື້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ ແລະ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະຝ່າຍໃຫ້ກັນຊາບ. ນອກນັ້ນ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ຍັງໄດ້ຢ້ຽມຊົມຫໍພິພິທະພັນ ເຕໂຈ ແຫ່ງຊາດ, ຢ້ຽມຊົມຫໍພິພິທະພັນແຫ່ງຊາດ, ຢ້ຽມຢາມສະຖານທີ່ທ່າເຮືອ ແລະ ເຂດເສດຖະກິດພິເສດພຣະສີຫະນຸ ຢູ່ນະຄອນຫຼວງພະນົມເປັນ ແລະ ແຂວງພຣະສີຫະນຸ ຈໍານວນໜຶ່ງ.
ການຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້ ຖືເປັນການປະກອບສ່ວນໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານໝັ້ນຄົງຍາວນານ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46