ຄະນະຜູ້ແທນສະມາຄົມມິດຕະພາບລາວ-ຣັດເຊຍໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຫະພັນຣັດເຊຍ
ເຜີຍແຜ່ໂດຍ: moderator ເວລາ: 11/07/2024 11:08:15 ຈຳນວນຢ້ຽມຊົມ 989 ຄັ້ງ ໂດຍຕອບການສະໜອງຕາມການເຊື້ອເຊີນ ຂອງສະມາຄົມມິດຕະພາບ ຣັດເຊຍ-ລາວ, ທ່ານ ສຈ. ປອ. ບໍ່ແສງຄໍາ ວົງດາລາ, ປະທານສະມາຄົມມິດຕະພາບລາວ-ຣັດເຊຍພ້ອມດ້ວຍຄະນະຈໍານວນ 05 ທ່ານ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ຂອງສະມາຄົມມິດຕະພາບ ຣັດເຊຍ-ລາວ ຢູ່ ສະຫະພັນຣັດເຊຍ.
ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານ ສຈ. ປອ. ບໍ່ແສງຄໍາ ວົງດາລາ, ປະທານສະມາຄົມມິດຕະພາບລາວ-ຣັດເຊຍ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມ ຂອງສະມາຄົມມິດຕະພາບ ຣັດເຊຍ-ລາວ ແລະໄດ້ຕາງໜ້າໃຫ້ສະມາຄົມມິດຕະພາບ ລາວ-ຣັດເຊຍ ມີຄໍາເຫັນ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ສໍາຄັນ ແລະ ໃຫຍ່ຫຼວງ ທີ່ສະມາຄົມມິດຕະພາບ ຣັດເຊຍ-ລາວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ເປັນເອກະພາບຕໍ່ການວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າຂອງສະມາຄົມດັ່ງກ່າວ. ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບການຮ່ວມມື ແລະຄວາມສາມັກຄີແບບເລິກເຊິ່ງ ຂອງ 02 ສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ, ເຊິ່ງຖືເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ຊຸກຍູ້ການພົວພັນດ້ານເສດຖະກິດ-ສັງຄົມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດກໍຄືປະຊາຊົນສອງຊາດ ລາວແລະ ຣັດເຊຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງຂຶ້ນ. ພິເສດ, ປະທານສະມາຄົມມິດຕະພາບ ລາວ-ຣັດເຊຍໄດ້ສະເໜີໃຫ້ຝ່າຍຣັດເຊຍເພີ່ມຈໍານວນທຶນ ແລະ ເບ້ຍລ້ຽງໃຫ້ແກ່ນັກສຶກສາລາວເພີ່ມຕື່ມ,ເຊິ່ງທາງຝ່າຍຣັດເຊຍ ກໍ່ມີຄວາມຍິນດີທີ່ຈະຮັບເອົາຄໍາສະເໜີດັ່ງກ່າວເພື່ອໄປພິຈາລະນາ ແລະ ໄດ້ສະແດງຄວາມຍິນດີ ທີ່ຈະຊຸກຍູ້ການສ້າງຕັ້ງເມືອງແຮກສ່ຽວ ລະຫວ່າງ ເມືອງກີຣຊາຈ໌, ແຂວງວາລາດີມີຣ, ສ. ຣັດເຊຍ ແລະ ເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ.
ໃນການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ນອກຈາກພົບປະເຮັດວຽກ ກັບສະມາຄົມມິດຕະພາບ ຣັດເຊຍ-ລາວ ແລະ ຍັງໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ ຢູ່ ເມືອງ ມົດສະກູ, ເມືອງ ເຊັນປິເຕີສະເບີກ ແລະ ເມືອງ ກີຣຊາຈ໌.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18



