ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕອ້ນຮັບການເຂົ້າຢ້ຽມຂໍ່ານັບຂອງສະມາຄົມເພືີີ່ອການພັດທະນາ ເສດຖະກິດ-ສັງຄົມ ລາວ-ຣັດເຊຍ.
ເຜີຍແຜ່ໂດຍ: moderator ເວລາ: 29/05/2024 09:36:09 ຈຳນວນຢ້ຽມຊົມ 1051 ຄັ້ງ ໃນວັນທີ 23 ພຶດສະພາ 2024, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ປານີ ຮວງພະຈັນ, ປະທານສະມາຄົມເພື່ອການພັດທະນາ ເສດຖະກິດ-ສັງຄົມ ລາວ-ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ສະມາຄົມດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນໃໝ່.
ໃນໂອກາດດັັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ຄະນະສະມາຄົມເພື່ອການພັດທະນາ ເສດຖະກິດ-ສັງຄົມ ລາວ-ຣັດເຊຍ ທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວ, ເຊິ່ງຖືເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍ ແລະ ຊຸກຍູ້ການພົວພັນດ້ານ ເສດຖະກິດ-ສັງຄົມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ລາວ ແລະ ຣັດເຊຍ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວຂຶ້ນສູ່ລະດັບໃໝ່. ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ແຈ້ງກ່ຽວກັບພາລະບົດບາດຂອງຄະນະພົວພັນຕ່າງປະເທດສູນກາງພັກ ທີ່ເຮັດວຽກເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການເຄື່ອນໄຫວວຽກງານການຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ ໃນນັ້ນກໍລວມເຖິງສະມາຄົມມິດຕະພາບ ລາວ-ຣັດເຊຍ ທີ່ເຄື່ອນໄຫວສະໜັບສະໜູນຊຸກຍູ້ການພົວພັນລະຫວ່າງປະຊາຊົນຂອງສອງປະເທດ ໃຫ້ມີການໄປມາຫາສູ່ ແລະ ຮ່ວມມືກັນ. ພ້ອມທັງ, ໃຫ້ທິດຊີ້ນໍາ ກ່ຽວກັບ ກົນໄກການເຮັດວຽກຮ່ວມມືກັບຕ່າງປະເທດ, ໂດຍສະເພາະແມ່ນການຮ່ວມມືກັບຝ່າຍຣັດເຊຍ ແລະ ຍັງໄດ້ແນະນໍາໃຫ້ສະມາຄົມເພື່ອການພັດທະນາ ເສດຖະກິດ-ສັງຄົມ ລາວ-ຣັດເຊຍ ປະສານງານກັບຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກຕື່ມ ໃນການປະສານງານກັບຕ່າງປະເທດ, ເພື່ອໃຫ້ບັນດາກົນໄກການຮ່ວມມື ເປັນໄປໃນທິດທາງດຽວກັບນະໂຍບາຍຂອງພັກ-ລັດ. ພິເສດ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຊົມເຊີຍຕໍ່ຄະນະສະມາຄົມ, ເຖິງແມ່ນວ່າຫາກໍ່ໄດ້ຮັບການແຕ່ງຕັ້ງມາຂຶ້ນຫວ່າງບໍ່ດົນມານີ້ ແຕ່ມີການເຄື່ອນໄຫວຢ່າງຫ້າວຫັນ ແລະ ມີແຜນເຄື່ອນໄຫວຮ່ວມມືກັບຝ່າຍຣັດເຊຍ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຮວງພະຈັນ, ປະທານສະມາຄົມເພືີີ່ອການພັດທະນາ ເສດຖະກິດ-ສັງຄົມ ລາວ-ຣັດເຊຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຈຸດປະສົງການຢ້ຽມຂໍ່ານັບ ກໍຄືພາລະບົດບາດໃນການເຕົ້າໂຮມ ບັນດາຫົວໜ່ວຍທຸລະກິດ ຫຼື ບັນດາບໍລິສັດ ຢູ່ລາວ ທີ່ມີຄວາມສົນໃຈໃນການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ກັບ ຝ່າຍຣັດເຊຍ ແລະ ການເຄື່ອນໄຫວຂອງຂອງສະມາຄົມດັ່ງກ່າວໃຫ້ຊາບ. ພ້ອມຈະນໍາເອົາທິດຊີ້ນໍາ ຂອງທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອນໍາໄປຜັນຂະຫຍາຍໃຫ້ເປັນຮູບປະທໍາ ແລະ ເຮັດໃຫ້ການເຄື່ອນໄຫວສອດຄ່ອງກັບພາລະບົດບາດ, ລະບຽບ, ຫຼັກການ ແລະ ກົດໝາຍຂອງ ສປປ ລາວ.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18



