ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ຮ່ວມກັບ ສະມາຄົມມິດຕະພາບ ອົດສະຕຣາລີ-ລາວ ຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ
ເຜີຍແຜ່ໂດຍ: moderator ເວລາ: 17/05/2024 14:19:24 ຈຳນວນຢ້ຽມຊົມ 446 ຄັ້ງ ໃນວັນທີ 16 ພຶດສະພາ 2024, ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ຮ່ວມກັບ ສະມາຄົມມິດຕະພາບ ອົດສະຕຣາລີ - ລາວ ໄດ້ຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ - ອົດສະຕຣາລີ - ລາວ ຢູ່ທີ່ເດີ່ນເຕະບານເທບປັນຍາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນກະຊວງແຜນການ ແລະ ການລົງທຶນ, ປະທານ ສະມາຄົມ ມິດຕະພາບລາວ - ອົດສະຕຣາລີ ແລະ ທ່ານ ແດນ ເຮວເດິນ, ອັກຄະລັດຖະທູດ, ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ. ນອກຈາກນັ້ນ, ຍັງມີທ່ານຜູ້ຕາງໜ້າຈາກກະຊວງ, ອົງການ ແລະ ນັກກິລາຈາກພາກສ່ວນທີ່ກ່ຽວຂ້ອງຂອງ ລາວ ແລະ ອົດສະຕຣາລີ ເຂົ້າຮ່ວມ 150 ກວ່າທ່ານ. ກິດຈະກໍາກິລາເຕະບານມິດຕະພາບຄັ້ງນີ້ ມີນັກກິລາເຂົ້າຮ່ວມຈາກ ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ-ອົດສະຕຣາລີ-ລາວ, ຄະນະພົວພັນຕ່າງປະເທດສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ.
ການຈັດງານກິລາມິດຕະພາບຄັ້ງນີ້ ນອກຈາກເປັນການສະເຫຼີມສະຫຼອງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ - ອົດສະຕຣາລີ - ລາວ ແລ້ວ, ຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ສ້າງຄວາມສາມັກຄີ ລະຫວ່າງ ບັນດາອົງການຈັດຕັ້ງ ຂອງ ລາວ ແລະ ອົດສະຕຣາລີ ເພື່ອເປັນການປະກອບສ່ວນພັດທະນາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ອົດສະຕຣາລີ
ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ພຶດສະພາ 2023 ແລະ ກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດ, ເງື່ອນໄຂ ແລະ ຄວາມສາມາດ ຮ່ວມກັບພາກສ່ວນກ່ຽວຂ້ອງ ຂອງ ອົດສະຕຣາລີ ໂດຍສະເພາະ ສະມາຄົມມິດຕະພາບ ອົດສະຕຣາລີ - ລາວ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ດ້ວຍການຈັດກິດຈະກຳທີ່ສອງຝ່າຍເຫັນດີຮ່ວມກັນໃນໂອກາດວັນສໍາຄັນຕ່າງໆ ເພື່ອເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ອັນດີງາມ ກໍຄືພົວພັນການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ອົດສະຕຣາລີ ໃຫ້ນັບມື້ນັບໄດ້ຮັບການພັດທະນາຂື້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ຂອງສອງປະເທດ ແລະ ເພື່ອປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການພາລະກິດແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ຂອງພາກພື້ນ ແລະ ໃນໂລກ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46