ຄະນະຜູ້ແທນສະມາຄົມມິດຕະພາບ ນັນໂຕະ-ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
ເຜີຍແຜ່ໂດຍ: editor ເວລາ: 30/01/2024 13:00:12 ຈຳນວນຢ້ຽມຊົມ 410 ຄັ້ງ ແຕ່ວັນທີ 24-27 ມັງກອນ 2024, ຄະນະຜູ້ແທນສະມາຄົມມິດຕະພາບ ນັນໂຕະ-ລາວ ນຳພາໂດຍ ທ່ານ ທາເກດະ ຊິນນິຊິ (TAKEDA SHINICHI), ຮອງປະທານສະມາຄົມມິດຕະພາບ ນັນໂຕະ-ລາວ ພ້ອມດ້ວຍຄະນະ 13 ທ່ານ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມມິດຕະພາບ ນັນໂຕະ-ລາວ ຄົບຮອບ 20 ປີ.
ໂອກາດມາຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ ແລະ ໃນວັນທີ 25 ມັງກອນ 2024, ທ່ານ ທາເກດະ ຊິນນິຊິ, ຮອງປະທານສະມາຄົມມິດຕະພາບ ນັນໂຕະ-ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຢ້ຽມຂ້ຳນັບ ທ່າານ ຄໍາຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເຈົ້າແຂວງຫຼວງພະບາງ. ທ່ານ ເຈົ້າແຂວງຫຼວງພະບາງ ໄດ້ສະແດງຄວາມຍິນດີຕ້ອນຮັບຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນສະມາຄົມມິດຕະພາບນັນໂຕະ-ລາວ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫ່ວາງ ສອງປະເທດ ກໍ່ຄື ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ໄດ້ຮັບການພັດທະນາສູ່ລະດັບໃໝ່, ທັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ການພັດທະນາເສດຖະກິດ ຂອງ ແຂວງຫຼວງພະບາງ ໃຫ້ຄະນະຜູ້ແທນຊາບ. ພ້ອມນັ້ນ, ຍັງໄດ້ຊົມເຊີຍຕໍ່ການພົວພັນຮ່ວມມື ລະຫ່ວາງ ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ແລະ ສະມາຄົມມິດຕະພາບ ນັນໂຕະ-ລາວ ທີ່ມີມາແຕ່ດົນນານເຊີ່ງໄດ້ເຮັດບົດບາດໃນການຊຸກຍູ້ການພົວພັນດ້ານຕ່າງໆ ຂອງ ສປປ ລາວ ແລະ ຍີ່ປຸ່ນ, ເຊີ່ງໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ຢູ່ ສປປ ລາວ ໂດຍສະເພາະດ້ານການສຶກສາ, ສາທາລະນະສຸກ ແລະ ແກ້ໄຂຄວາມທຸກຍາກ, ທັງສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດການຄ້າ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ ເພື່ອນຳເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ.
ທ່ານ ທາເກດະ ຊິນນິຊິ, ຮອງປະທານສະມາຄົມມິດຕະພາບ ນັນໂຕະ-ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານການເຄື່ອນໄຫວ ຂອງ ສະມາຄົມມິດຕະພາບ ນັນໂຕະ-ລາວ ໂດຍຫຍໍ້ໃຫ້ຊາບ ພ້ອມທັງຢືນຢັນຈະສືບຕໍ່ການພົວພັນຮ່ວມມື ກັບ ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ໃນການປະຕິບັດພາລະບົດບາດປະກອບສ່ວນວຽກງານການທູດປະຊາຊົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ.
ໃນຕອນຄ່ຳຂອງ ວັນທີ 26 ມັງກອນ 2024, ສະມາຄົມມິດຕະພາບ ນັນໂຕະ-ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມມິດຕະພາບ ນັນໂຕະ - ລາວ ຄົບຮອບ 20 ປີ, ໃຫ້ກຽດເຂົ້າຮ່ວມພິທີຄັ້ງນີ້ ໂດຍ ທ່ານ ທາເກດະ ຊິນນິຊິ, ຮອງປະທານສະມາຄົມມິດຕະພາບ ນັນໂຕະ-ລາວ, ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ຮສ.ປອ. ພຸດ ສິມມາລາວົງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ຄຳພັນ ສິດທິດຳພາ, ກຳມະການສູນກາງພັກ, ເຈົ້າແຂວງວຽງຈັນ, ພ້ອມດ້ວຍຄະນະບໍລິຫານງານສອງສະມາຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ລວມຈຳນວນ 60 ກ່ວາທ່ານ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46