ຄະນະພົວພັນຕ່າງປະເທດສູນກາງພັກ ປະດັບຫຼຽນໄຊພັດທະນາຊັ້ນ II ໃຫ້ແກ່ ຮອງປະທານສະມາຄົມມິດຕະພາບ ຣັດຊຍ-ລາວ
ເຜີຍແຜ່ໂດຍ: editor ເວລາ: 26/01/2024 14:09:24 ຈຳນວນຢ້ຽມຊົມ 205 ຄັ້ງ ວັນທີ 25 ພະຈິກ 2023, ທີ່ໂຮງແຮມລາວພລາຊ່າ, ຄະນະພົວພັນຕ່າງປະເທດສູນກາງພັກ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຈັດພິທີປະດັບຫຼຽນໄຊພັດທະນາຊັ້ນ II ໃຫ້ແກ່ຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ. ໃຫ້ກຽດປະດັບຫຼຽນໂດຍ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ,ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະດັບໃຫ້ ທ່ານ ສຈ. ປອ.ປານຟີລົບ ອີກໍ ດາວືໂດວິກຈ, ຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຕອບແທນຜົນງານການປະກອບສ່ວນສະຕິປັນຍາ, ທຶນຮອນເຂົ້າໃນການປະກອບສ່ວນສ້າງສາພັດທະນາ ສປປ ລາວ, ທັງປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ຣັດເຊຍ.
ພ້ອມນັ້ນ, ໃນວັນທີ 24 ພະຈິກ 2023, ທີ່ໂຮງແຮມລາວພລາຊ່າ ໄດ້ຈັດກອງປະຊຸມພົບປະລະຫວ່າງ ສະມາຄົມ ມິດຕະພາບ ລາວ-ຣັດເຊຍ ແລະ ສະມາຄົມມິດຕະພາບ ຣັດເຊຍ-ລາວ. ຝ່າຍລາວ ນໍາໂດຍ ທ່ານ ສຈ.ປອ ບໍ່ແສງຄຳ ວົງດາລາ, ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຝ່າຍຣັດເຊຍ ນຳໂດຍ ທ່ານ ໂຊໂກລິນ ວະລາດີມີຣ ເລໂອນິດາວິຈ, ປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ. ໃນກອງປະຊຸມ ສອງຝ່າຍໄດ້ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ, ເຊິ່ງໄດ້ຮັບການເສີມຂະຫຍາຍໃນແຕ່ລະໄລຍະ, ມີການແລກປ່ຽນການຢ້ຽມຢາມ, ຈັດກິດຈະກໍາ ໃນໂອກາດວັນສໍາຄັນ ຂອງສອງປະເທດ ແລະ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ອັນພົ້ນເດັ່ນ ຂອງແຕ່ລະປະເທດໃຫ້ກັນຊາບ. ນອກນັ້ນ, ສອງສະມາຄົມມິດຕະພາບ ຍັງປະຕິບັດພາລະບົດບາດເປັນໃຈກາງປະສານງານ, ຊຸກຍູ້ການພົວພັນລະຫວ່າງປະຊາຊົນ ໃຫ້ມີການໄປມາຫາສູ່ ແລະ ຮ່ວມມືກັນ ລະຫວ່າງປະຊາຊົນຂອງສອງປະເທດ. ສອງຝ່າຍເຫັນດີປະສານງານ ແລະ ຮ່ວມມືກັນ ເພຶ່ອສືບຕໍ່ປະຕິບັດພາລະບົດບາດ ແລະ ໜ້າທີ່ ເປັນຂົວຕໍ່ຊຸກຍູ້ການພົວພັນດ້ານຕ່າງໆ ຂອງສອງປະເທດ ເພື່ອປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ຂອງ ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ຣັດເຊຍ ໃຫ້ມີບາດກ້າວໃໝ່.
ນອກຈາກພົບປະເຮັດວຽກ ຄະນະຜູ້ແທນຣັດເຊຍ ຍັງໄດ້ຈັດງານວາງສະແດງ ປັກຫຍິບປານີດ ໂດຍຊ່າງຊຳນານຈາກເມືອງກຣີຢາດພູມມິພາກວາລາດີມີຣ ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຈໍານວນໜຶ່ງ.
14/10/2024 16:20:11
11/10/2024 15:01:06
07/10/2024 12:44:20
03/10/2024 08:55:31
29/07/2022 15:17:46
13/06/2023 14:17:31
12/07/2023 14:43:30
30/05/2023 10:28:03
30/03/2023 15:30:06
14/07/2022 14:18:48
04/04/2023 15:42:25
14/07/2022 15:49:10
09/12/2022 14:35:10
05/09/2022 15:20:13