ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຕ້ອນຮັບ ທູດກູບາ ປະຈຳລາວ
ເຜີຍແຜ່ໂດຍ: admin ເວລາ: 11/03/2022 10:15:32 ຈຳນວນຢ້ຽມຊົມ 499 ຄັ້ງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ປາໂບຣ ແອງໂຕນີໂອ ໂຣດຣີເກດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ ໃນວັນທີ 14 ກໍລະກົດຜ່ານມາທີ່ ຄຕພ.
ໃນການພົບປະຄັ້ງນີ້, ສະຫາຍ ປາໂບຣ ແອງໂຕນີໂອ ໂຣດຣີເກດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ໄດ້ມີໂອກາດພົບປະກັບ ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດທີ່ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ແລະ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ສະຫາຍ ປາໂບຣ ແອງໂຕນີໂອ ໂຣດຣີເກດ ໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ລະຫວ່າງກູບາ-ລາວ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນລາວ ອ້າຍນ້ອງ ທີ່ໃຫ້ການຊ່ວຍເຫຼືອສະໜັບສະໜູນກູບາ ໃນເວທີພາກພື້ນ ແລະ ສາກົນ ມາໂດຍຕະຫຼອດ. ນອກຈາກນັ້ນ, ສະຫາຍທູດ ຍັງໄດ້ແຈ້ງສະພາບກ່ຽວກັບ ເຫດການປະທ້ວງໃນວັນທີ 11 ກໍລະກົດ 2021 ທີ່ຜ່ານມາ ຊຶ່ງເປັນການປະຕິບັດທີ່ມີການແຊກແຊງຈາກພາຍນອກ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນບັນດາເຜົ່າ ສະແດງຄວາມຊົມເຊີຍຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ ລາວ-ກູບາ ຊຶ່ງໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ; ຕີລາຄາສູງຕໍ່ພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງ ໄດ້ເດັດດ່ຽວໜຽວແໜ້ນໃນການປົກປັກຮັກສາໝາກຜົນຂອງການປະຕິວັດທ່າມກາງການປິດລ້ອມ ແລະ ການຂວ້ຳບາດຂອງຕາເວັນຕົກຕັ້ງ 6 ທົດສະວັດຜ່ານມາ. ຕໍ່ກັບເຫດການປະທ້ວງໃນວັນອາທິດທີ່ຜ່ານມາ, ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ໃຫ້ທັດສະນະວ່າ ເປັນການປະພຶດທີ່ບໍ່ຖືກຕ້ອງ, ບໍ່ສະແດງເຖິງຜົນປະໂຫຍດຂອງປະຊາຊົນກູບາສ່ວນໃຫຍ່ ແລະ ເປັນການແຊກແຊງຈາກພາຍນອກ. ພັກ ປປລາວ ຕີລາຄາສູງ ຕໍ່ນ້ຳໃຈສາກົນຂອງກູບາ, ຕ້ານທຸກຮູບແບບຂອງການປິດລ້ອມ ແລະ ຂວ້ຳບາດຈາກພາຍນອກ, ສະໜັບສະໜູນໝາກຜົນຂອງການປະຕິວັດກູບາທີ່ຍາດມາໄດ້; ຢືນຢັນຄືນແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ພັກ ປປລາວ ໃນການສະໜັບສະໜູນພັກກອມມູນິດກູບາຕ້ານການກະທຳທຸກຮູບແບບທີ່ບໍ່ເປັນທຳ ໂດຍສະເພາະການປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະ ການເງິນຂອງຕາເວັນຕົກຕໍ່ກູບາ.
ການພົບປະຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດອັນສະໜິດສະໜົມ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ສະຫາຍ ທອງສະຫວັນ ພົມວິຫານ ໄດ້ອວຍພອນແດ່ ສະຫາຍປາໂບຣ ແອງໂຕນີໂອ ໂຣດຣີເກດ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ການທູດອັນມີກຽດຂອງຕົນ. ພ້ອມທັງ ຢືນຢັນວ່າ: ຄະນະພົວພັນຕ່າງປະເທດສູນກາງພັກ ຍິນດີສືບຕໍ່ສະໜັບສະໜູນ ແລະ ຮ່ວມມືເພື່ອເສີມຂະຫຍາຍສາຍພົວພັນສາຍພັກ ກໍຄືການທູດປະຊາຊົນ ໃຫ້ກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ກູບາ.
ຂ່າວ-ພາບ: ຄຕພ
12/03/2025 11:32:52
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10