ຄະນະພົວພັນຕ່າງປະເທດສູນກາງພັກ ຈັດກອງປະຊຸມສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ
ເຜີຍແຜ່ໂດຍ: editor ເວລາ: 24/10/2022 16:01:06 ຈຳນວນຢ້ຽມຊົມ 853 ຄັ້ງ ໃນລະຫວ່າງວັນທີ 24-25/10/2022, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ໃຫ້ກຽດເປັນປະທານໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ, ໂດຍມີສະຫາຍຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍໃນຄະນະພັກ-ຄະນະນໍາ, ອະດີດພະນັກງານການນໍາ ຄຕພ, ຄະນະກົມ, ຄະນະໜ່ວຍພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີຄໍາເຫັນຊີ້ນໍາກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ, ໂດຍໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງການສ້າງແຜນກໍານົດພະ ນັກງານນໍາພາ ເຊິ່ງເປັນວຽກງານພື້ນຖານທີ່ສໍາຄັນໃນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານ ເປັນອັນລະອຽດ, ທັງສອດຄ່ອງກັບລະບຽບການຂອງການສ້າງແຜນກໍ່ສ້າງ-ບໍາລຸງ, ຄາດຄະເນການສັບຊ້ອນ ແລະ ຈັດວາງພະນັກງານ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ແຕ່ປີ 2022-2025. ກ່ອນເຂົ້າສູ່ການທາບທາມຕົວຈິງ, ສະຫາຍ ນາງ ພອນດາວັນ ພິນສະຫວັນ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນໄລຍະ 2016-2020 ຜ່ານມາ; ສະຫາຍ ສົມພອນ ສີຈະເລີນ, ຮອງເລຂາຄະນະພັກ ຄຕພ ໄດ້ເຜີຍແຜ່ມະຕິ ສະບັບເລກທີ 030 ແລະ 032/ກມສພ, ລົງວັນທີ 03/01/2018 ແລະ ຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ ໄດ້ສືບຕໍ່ເຜີຍແຜ່ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26/04/2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ສະບັບ ເລກທີ 30/ກມສພ ແລະ ສະບັບ ເລກທີ 032/ກມສພ, ລົງວັນທີ 03/01/2018.
ຫຼັງຈາກນີ້, ກອງປະຊຸມໄດ້ ດໍາເນີນໄປຕາມຂັ້ນຕອນ, ດ້ວຍຄວາມຮັບຜິດຊອບສູງ ແລະ ບັນລຸຕາມລະດັບຄາດໝາຍ ທີ່ວາງໄວ້.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18


