ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດ ກູບາ ຄົບຮອບ 168 ປີ
ເຜີຍແຜ່ໂດຍ: admin ເວລາ: 24/05/2022 09:42:40 ຈຳນວນຢ້ຽມຊົມ 1005 ຄັ້ງ ໃນຕອນເຊົ້າ ຂອງ ວັນທີ 28 ມັງກອນ 2021, ເນື່ອງໃນໂອກາດວັນເກີດຂອງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດ ກູບາ ຄົບຮອບ 168 ປີ (ວັນທີ 28/01/1853-28/01/2021), ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ຂອງເພີ່ນ ທີ່ໂຮງຮຽນ ມສ.ດົງບັງ ມິດຕະພາບ ລາວ-ກູບາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ໃຫ້ກຽດເຂົ້າຮ່ວມໃນພິທີມີ: ທ່ານ ສຈ.ປອ. ຈະເລີນ ເຍ່ຍປາວເຮີ, ກໍາມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກ, ປະທານສະມາຄົມມິດຕະພາບ ລາວ-ກູບາ; ທ່ານ Pablo Antonio Rodriguez Vidal, ເອກອັກຄະລັດຖະທູດແຫ່ງ ສ.ກູບາ ປະຈໍາ ສປປ ລາວ; ທ່ານ ດາວວອນ ສິມມາລາວົງ, ຄະນະພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊທານີ;ມີຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາທ່ານຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກູບາ, ສະມາຊິກສະມາຄົມ, ຄູອາຈານ, ນັກຮຽນ ແລະ ອຳນາດການປົກຄອງບ້ານດົງບັງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ການໄປວາງກະຕ່າດອກໄມ້ຄັ້ງນີ້ໄດ້ລະນຶກເຖິງວັນເກີດຂອງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດ ກູບາ ແລະ ຄຸນງາມຄວາມດີທີ່ມີຕໍ່ການປະຕິວັດກູບາກໍ່ຄືພັກກອມມູນິດກູບາ ແລະ ກໍ່ເປັນສັນຍາລັກໝາກຜົນແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ກໍຄື ລະຫວ່າງ ສອງສະມາຄົມມິດຕະພາບ ລາວ-ກູບາ ແລະ ກູບາ-ລາວ ເພື່ອເປັນສະຖານທີ່ໃນການສຶກສາອົບຮົມໃຫ້ນັກຮຽນນັກສຶກສາ, ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນເປັນຈິດໜຶ່ງໃຈດຽວຂອງປະຊາຊົນກູບາ ແລະ ທັງເປັນໂອກາດຮຽນຮູ້ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ.
13/04/2026 16:38:16
09/04/2026 18:24:41
09/04/2026 16:19:15
09/04/2026 15:59:55
08/04/2026 16:13:55
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
26/02/2025 15:29:23
04/04/2023 15:42:25
10/04/2025 15:18:32
03/02/2025 08:56:07


