ເວົ້າເຖິງຄຸນສົມບັດ ແລະ ຄວາມພາກພຽນຂອງພະນັກງານ - ສະມາຊິກພັກ.
ເຜີຍແຜ່ໂດຍ: admin ເວລາ: 19/05/2022 22:29:27 ຈຳນວນຢ້ຽມຊົມ 818 ຄັ້ງ ການເຝິກຝົນຫຼໍ່ຫຼອມຫຼັກຫມັ້ນຊົນຊັ້ນກໍາມະກອນໃຫ້ແກ່ສະມາຊິກພັກເປັນບັນຫາສໍາຄັນຍິ່ງ. ພັກເຮົາບໍ່ໄດ້ລົດລະໃນການສຶກສາອົບຮົມລັດທິມາກ-ເລນິນ, ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກໃຫ້ແກ່ສະມາຊິກພັກ, ພ້ອມກັນນັ້ນກໍໄດ້ຕັ້ງຫນ້າສູ້ຊົນກຳຈັດປັດເປົ່າບັນດາປະກົດການຂອງແນວຄິດໄຮ້ກຳມາຊີບ, ເປັນຕົ້ນແມ່ນແນວຄິດນາຍທຶນນ້ອຍ, ແນວຄິດຊາວນາທີ່ເຄີຍກະທົບເຂົ້າໃສ່ການຈັດຕັ້ງພັກຢູ່ເລື້ອຍໆ, ເດັດດ່ຽວປົກປັກຮັກສາຄວາມຜ່ອງໃສຂອງລັດທິມາກ-ເລນິນ, ເຮັດໃຫ້ລັດທິມາກ-ເລນິນ ກາຍເປັນລະບົບ, ແນວຄິດແຕ່ອັນດຽວຂອງພັກເຮົາ (ຄັດຈາກປື້ມ 30 ປີແຫ່ງການຕໍ່ສູ້ພາຍໃຕ້ທຸງຊະນະເລີດຂອງພັກ, ຫນ້າ30 ປີ 1985 ).
ພວກເຮົາໄດ້ເຊີດຊູນໃຈຮັກຊາດອັນແທ້ຈິງສົມທົບນ້ຳໃຈສາກົນກໍາມາຊີບອັນຜ່ອງໃສຢູ່ເລື້ອຍໆ, ເດັດດ່ຽວຕໍ່ສູ້ຕ້ານບັນດາປະກົດການຂອງແນວຄິດຊາດຄັບແຄບ, ເຫັນແກ່ຕົນເອງ, ເອື່ອຍອີງ, ຕີຕົວຕໍ່, ພ້ອມກັນນັ້ນ, ກໍໄດ້ເຮັດສຸດຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນການເພີ່ມທະວີກຳລັງແຮງປະຕິວັດ ແລະ ສັນຕິພາບໂລກ. ( ຄັດຈາກປື້ມ 30 ປີແຫ່ງການຕໍ່ສູ້ພາຍໃຕ້ທຸງຊະນະເລີດຂອງພັກ, ຫນ້າ 29 ປີ 1985 )
ພະນັກງານ-ສະມາຊິກພັກ ຈົ່ງເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກ, ຈິດໃຈປະຕິວັດເຖິງຖອງ ແລະ ນ້ຳໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປົກປັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ, ຮັບໃຊ້ປະຊາຊົນ, ຜູ້ອອກແຮງງານເຜົ່າຕ່າງໆຢ່າງສຸດອົກສຸດໃຈ, ບາກບັ່ນພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມເພື່ອຍົກລະດັບໃນທຸກດ້ານໃຫ້ສູງຂື້ນ, ເປັນແບບຢ່າງແວ່ນແຍງ, ນຳຫນ້າພາທາງໃນການປະຕິບັດທຸກຫນ້າທີ່ຂອງການປະຕິວັດ, ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັກແພງຂອງປະຊາຊົນເຮົາ ແລະ ຂອງອ້າຍນ້ອງເພື່ອນມິດໃນທົ່ວໂລກ.
( ຄັດຈາກປື້ມ 30 ປີແຫ່ງການຕໍ່ສູ້ພາຍໃຕ້ທຸງຊະນະເລີດຂອງພັກ, ຫນ້າ 34 ປີ 1985 )
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18
