ເວົ້າເຖິງພະນັກງານການນຳ
ເຜີຍແຜ່ໂດຍ: admin ເວລາ: 19/05/2022 22:27:44 ຈຳນວນຢ້ຽມຊົມ 349 ຄັ້ງ “ ຜູ້ນຳພາຕ້ອງເປັນແບບຢ່າງໃນທຸກດ້ານ ເພື່ອໃຫ້ສະມາຊິກພັກຜູ້ອື່ນໆເອົາເປັນແບບຢ່າງ ”
« ສິ່ງທີ່ຄວນຫຼີກເວັ້ນແທ້ໃນຂົງເຂດຄຸນສົມບັດສິນທຳແມ່ນ:ປາກຫວານດັ່ງນ້ຳອ້ອຍ, ໃຈສົ້ມດັ່ງຫມາກນາວຄວາມເວົ້າບໍ່ສອດຄ່ອງກັບການກະທຳ, ມີແຕ່ໂຄສະນາຄຸນສົມບັດສິນທໍາແບບນ້ຳເຕົ້າເປົ່າ, ຕັກເຕືອນສັ່ງສອນຜູ້ອື່ນຕ້ອງເຮັດແນວນັ້ນ, ແນວນີ້, ແຕ່ຕົນເອງຊ້ຳພັດບໍ່ເປັນແບບຢ່າງ >>.
<< ໃຜໆກໍຮູ້ດີວ່າຖ້າພະນັກງານຂັ້ນສູງຂອງພັກບໍ່ເປັນແບບຢ່າງທາງດ້ານຄຸນສົມບັດສິນທຳແລ້ວ ມັນກໍຈະສົ່ງຜົນສະທ້ອນ ບໍ່ດີເຖິງຂັ້ນລຸ່ມ ແລະ ໃນເວລານັ້ນ ໂລຊິກຂອງການດຳລົງຊີວິດກໍ. ຈະພາໄປສູ່ສະພາວະ ທີ່ວ່າ : “ເຮືອນຮົ່ວມາແຕ່ແປ” >>.
<< ບັນຫາອິດທິພົນແມ່ນເປັນສິ່ງທີ່ສໍາຄັນເປັນທີ່ສຸດສຳລັບຜູ້ນຳແຕ່ອິດທິພົນບໍ່ແມ່ນຈະມີເອງໄດ້, ມັນຮຽກຮ້ອງຕ້ອງໄດ້ຜ່ານຂະບວນວິວັດແຫ່ງການສູ້ຊົນ, ຝຶກຝົນຫຼໍ່ຫຼອມຂອງແຕ່ລະຄົນ >>
<< ຢາກໃຫ້ມີອິດທິພົນແມ່ນຍາກແທ້, ແຕ່ຢາກໃຫ້ອິດທິພົນເສື່ອມເສຍແມ່ນງ່າຍທີ່ສຸດ, ພຽງແຕ່ຕົນເອງລະເຫຼີງໄປນາທີດຽວ, ບໍ່ເປັນເຈົ້າຕົນເອງ ໄດ້ປ່ອຍປະໃຫ້ຊີວິດເປັນໄປຕາມກາມມະຕັນຫາ, ສັນຊາດຍານອັນຕໍ່ຊ້າແລ້ວ, ອິດທິພົນເຖິງຈະຫຼາຍປານໃດກໍຈະເສຍໄປຢ່າງປັດຈຸບັນທັນດ່ວນ ແລະ ໃນເວລານັ້ນກໍຈະນຳພາມະຫາຊົນໄດ້ຍາກທີ່ສຸດ >>
( ຄັດຈາກບົດຄວາມເຫັນຂອງ ປະທານ ໄກສອນ ພົມວິຫານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ II ສະໄຫມທີ IV ວັນທີ 30 ພະຈິກ 1986 ).
14/10/2024 16:20:11
11/10/2024 15:01:06
07/10/2024 12:44:20
03/10/2024 08:55:31
29/07/2022 15:17:46
13/06/2023 14:17:31
12/07/2023 14:43:30
30/05/2023 10:28:03
30/03/2023 15:30:06
14/07/2022 14:18:48
04/04/2023 15:42:25
14/07/2022 15:49:10
09/12/2022 14:35:10
05/09/2022 15:20:13