ເວົ້າເຖິງກຳລັງແຮງຂອງພັກ
ເຜີຍແຜ່ໂດຍ: admin ເວລາ: 19/05/2022 22:26:47 ຈຳນວນຢ້ຽມຊົມ 752 ຄັ້ງ ແຫຼ່ງກຳລັງແຮງຂອງພັກແມ່ນຢູ່ໃນສາຍກ້ຽວພັນອັນ. ແຫນ້ນແຟ້ນລະຫວ່າງພັກກັບມະຫາຊົນ, ດ້ວຍເຫດນັ້ນ, ພັກຈຶ່ງເລັ່ງທວງໃຫ້ບັນດາການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກຕ້ອງເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າ ແລະ ຫົວຄິດປະດິດສ້າງຂອງປະຊາຊົນ, ຮູ້ປະພຶດຕໍ່ຄົນ, ຮູ້ດຶງດູດມະຫາຊົນຮ່ວມປະກອບຄວາມຄິດຄວາມເຫັນເຂົ້າໃນວຽກງານຂອງປະເທດຊາດ, ຂອງທ້ອງຖິ່ນ, ກົມກອງ; ເອົາໃຈໃສ່ຈົດຈໍ່ຕໍ່ຊີວິດການເປັນຢູ່ຂອງມະຫາຊົນ, ສຶກສາອົບຮົມຂົນຂວາຍມະຫາຊົນໃຫ້ເຮັດຫລ້ອນພັນທະຕໍ່ປະເທດຊາດ, ສົ່ງເສີມໃຫ້ມະຫາຊົນປະກອບຄວາມຄິດຄວາມເຫັນເຂົ້າໃນການສ້າງພັກ. ຕ້ອງຕຳນິວິຈານທ່າທີ່ຫ່າງເຫີນຈາກມະຫາຊົນ, ບໍ່ເປັນແບບຢ່າງອັນດີໃຫ້ມະຫາຊົນ, ລ່ວງອຳນາດ, ອາດຍາສິດ, ໃຊ້ອຳນາດບາດໃຫຍ່ທີ່ເກີດຂຶ້ນຢູ່ໃນຫມູ່ພະນັກງານ, ສະມາຊິກພັກເປັນຈໍານວນບໍ່ຫນ້ອຍ. ສິ່ງເຫລົ່ານັ້ນມັນເປັນປະກົດການອັນຊົ່ວຊ້າກວ່າ ຫມູ່ໃນເງື່ອນໄຂພັກກຳອຳນາດເປັນສາຍເຫດທີ່ພາໃຫ້ມີການເຊື່ອມເສຍ, ກຸດຫ້ຽນທາງດ້ານຄຸນສົມບັດຂອງສະມາຊິກພັກ
(ຄັດຈາກປື້ມ 50 ປີຍຸດທະສາດການນຳພາຂອງພັກປະຊາຊົນປະຕິວັດລາວຕໍ່. ວຽກງານຈັດຕັ້ງ, ກໍ່ສ້າງພັກ - ພະນັກງານ ຫນ້າທີ່ 80 - 81 )
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18
