ຊີ້ນໍາວຽກງານການປັບປຸງກໍ່ສ້າງຮາກຖານ ໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງ.
ເຜີຍແຜ່ໂດຍ: admin ເວລາ: 19/05/2022 22:25:42 ຈຳນວນຢ້ຽມຊົມ 805 ຄັ້ງ “ການກໍ່ສ້າງ ແລະ ປັບປຸງຮາກຖານໃຫ້ຫນັກແຫນ້ນເຂັ້ມແຂງ ນັ້ນເປັນຫນຶ່ງໃນບັນດາເນື້ອໃນ ແລະ ຈຸດປະສົງ ເຊິ່ງສະແດງອອກ ຢ່າງລວມສູນເຖິງຫມາກຜົນຂອງການເຊີດຊູຄວາມສັກສິດແຫ່ງການຈັດຕັ້ງປະຕິບັດຂອງແຕ່ລະຂະແຫນງການ, ແຕ່ລະທ້ອງຖິ່ນ. ເພື່ອຮັບປະກັນໃຫ້ການຊີ້ນຳຈັດຕັ້ງປະຕິບັດໄດ້ຮັບຜົນດີນັ້ນ ມັນເລັ່ງທວງໃຫ້ແຕ່ລະສະຫາຍທີ່ຢູ່ໃນຄະນະນຳຕ້ອງເຂົ້າໃຈເນື້ອແທ້ຂອງສະພາບການຮາກຖານຢູ່ໃນທ້ອງຖິ່ນ ຫລື ຢູ່ໃນຂະແຫນງການທີ່ຕົນຮັບຜິດຊອບຢ່າງຈະແຈ້ງແຕ່ລະຮາກຖານມີທ່າແຮງອັນໃດ, ມີຈຸດດີ -ຈຸດອ່ອນອັນໃດ, ມີຄວາມຫຍຸ້ງຍາກອັນໃດໃນການຜະລິດ, ໃນຊີວິດການເປັນຢູ, ໃນບັນຫາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ແນວຄິດຈິດໃຈ ແລະ ຄວາມມຸ່ງມາດປາດຖະຫນາຂອງມະຫາຊົນເປັນ ແນວໃດ; ການຈັດຕັ້ງຂອງອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ, ຮາກຖານພັກ, ຖັນແຖວພະນັກງານທີ່ຮັບຜິດຊອບຢູ່ບ່ອນນັ້ນເປັນແນວໃດ; ຈະຕ້ອງປະຕິບັດວຽກງານອັນໃດແດ່ ເພື່ອເສີມຂະຫຍາຍໃຫ້ຫນັກແຫນ້ນເຂັ້ມແຂງ”.
(ຄັດຈາກບົດໂອ້ລົມຂອງ ປະທານ ໄກສອນ ພົມວິຫານ ໃນກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄຫມທີ IV ປີ 1988 ).
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18
