ເວົ້າເຖິງການເລືອກເຟັ້ນເອົາພະນັກງານ ລົງກໍ່ສ້າງຮາກຖານ
ເຜີຍແຜ່ໂດຍ: admin ເວລາ: 19/05/2022 22:24:24 ຈຳນວນຢ້ຽມຊົມ 763 ຄັ້ງ ບັນຫາທີ່ຕັ້ງຂຶ້ນກ່ຽວກັບການກໍ່ສ້າງຮາກຖານນັ້ນ ແມ່ນຕ້ອງເລືອກເຟັ້ນເອົາພະນັກງານຜູ້ທີ່ດີເພື່ອສົ່ງລົງຮາກຖານຕ້ອງມີນະໂຍບາຍອັນເຫມາະສົມຕໍ່ພະນັກງານທີ່ລົງໄປຮາກຖານ ແລະ ພະນັກງານຢູ່ຮາກຖານ, ນັບແຕ່ພະນັກງານຂອງພັກ, ຂອງອໍານາດການປົກຄອງ, ຂອງອົງການຈັດຕັ້ງມະຫາຊົນ, ຕະຫລອດພະນັກງານສຶກສາ, ສາທາລະນະສຸກ. ອັນນີ້ເປັນບັນຫາທີ່ແທດຕົວຈິງ ແລະ ມີຄວາມສຳຄັນຍິ່ງ, ສະນັ້ນຕ້ອງມີວິທີແກ້ໄຂທີ່ຖືກຕ້ອງ, ກ່ອນອື່ນຫມົດຕ້ອງຫລີກເວັ້ນສະພາບທີ່ວ່າສ້າງກົງຈັກຂັ້ນຮາກຖານຂຶ້ນຢ່າງໃຫຍ່ໂຕ ເພື່ອດຶງເອົາຄົນອອກຫ່າງເຫີນຈາກການຜະລິດເປັນຈໍານວນຫລວງຫລາຍ, ແລ້ວມາປະກອບໃສ່ກົງຈັກ, ເຮັດແນວນີ້ມັນທັງເປັນການສິ້ນເປືອງ ວັດຖຸຊັບສິນ, ທັງພາໃຫ້ເກີດພະຍາດອາດຍາສິດອີກດ້ວຍ. ທິດນຳກ່ຽວກັບການຮັບປະກັນຊີວິດການເປັນຢູ່ຂອງພະນັກງານຢູ່ຮາກຖານນັ້ນ ກ່ອນອື່ນແມ່ນຕ້ອງໃຊ້ວິທີສ້າງເງື່ອນໄຂເພື່ອບໍ່ໃຫ້ເຂົາເຈົ້າຫ່າງເຫີນຈາກການຜະລິດຢ່າງສິ້ນເຊີງນັບທັງການຜະລິດຂອງລວມຫມູ່ ແລະ ຂອງຄອບຄົວ, ພ້ອມກັນນັ້ນ, ກໍ່ອີງໃສ່ການປະກອບສ່ວນຢ່າງສົມເຫດສົມຜົນຂອງປະຊາຊົນ ແລະ ການອຸດຫນູນໃນລະດັບທີ່ແນ່ນອນຈາກງົບປະມານຕື່ມ.
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18
