ວຽກງານກໍ່ສ້າງພັກແມ່ນວຽກງານກໍ່ສ້າງພະນັກງານ
ເຜີຍແຜ່ໂດຍ: admin ເວລາ: 19/05/2022 22:22:34 ຈຳນວນຢ້ຽມຊົມ 800 ຄັ້ງ “ບັນຫາສຳຄັນທີ່ສຸດບັນຫາຫນຶ່ງໃນວຽກງານສ້າງພັກແມ່ນວຽກງານກໍ່ສ້າງພັກໃຫ້ມີກຳລັງພະນັກງານທີ່ເຂັ້ມແຂງ, ພະນັກງານເປັນທຶນຮອນອັນປະເສີດທີ່ສຸດຂອງພັກ, ເປັນຜູ້ນຳພາປະຊາຊົນ, ເປັນຜູ້ຮັບໃຊ້ປະຊາຊົນ, ເປັນຂົວຕໍ່ລະຫວ່າງພັກກັບປະຊາຊົນ. ຫຼັງຈາກພັກ ໄດ້ມີແນວທາງນະໂຍບາຍອັນຖືກຕ້ອງແລ້ວ, ທຸກວຽກງານປະຕິວັດ, ຂອງພັກຈະດີ ຫຼື ຮ້າຍ, ຈະມີໄຊ ຫຼື ປະລາໄຊກໍລ້ວນແຕ່ແມ່ນພະນັກງານຂອງພັກເປັນຜູ້ຕັດສິນ. ສະນັ້ນ, ບັນຫາກໍ່ສ້າງບາລຸງພະນັກງານ ຈຶ່ງເປັນວຽກງານສຳຄັນທີ່ສຸດ, ການກໍ່ສ້າງບລຸງພະນັກງານຕ້ອງດຳເນີນໄປໃນທ່າມກາງການຕໍ່ສູ້ປະຕິບັດຫນ້າທີ່ການເມືອງຂອງພັກ. ຕ້ອງເອົາໃຈໃສ່ບາໍລຸງແນວຄິດຫຼັກຫມັ້ນ, ອຸດົມຄະຕິຕໍ່ສູ້, ເຝິກຝົນຫຼໍ່ຫຼອມຄຸນ ສົມບັດທາງການເມືອງ ແລະ ສິນທຳປະຕິວັດ, ພ້ອມກັນນັ້ນກໍເພີ່ມ, ທະວີບລຸງຄວາມສາມາດຢ່າງບໍ່ຢຸດຢັ້ງ. ມີແຕ່ເຮັດແນວນັ້ນ ຈິ່ງຈະສາມາດເພີ່ມທະວີຖັນແຖວພະນັງານທັງທາງດ້ານຄຸນນະພາບ ແລະ ປະລິມານ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວຽກງານ, ການປະຕິວັດ ”./
08/09/2026 12:42:37
03/09/2026 14:10:36
28/08/2026 17:29:08
27/08/2026 13:25:17
27/08/2026 08:46:58
25/08/2026 14:08:13
14/08/2026 09:27:49
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
29/07/2022 15:17:46
16/07/2025 16:30:18
13/06/2023 14:17:31
