ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບທູດຕັວກກີ
ເຜີຍແຜ່ໂດຍ: admin ເວລາ: 11/03/2022 16:07:59 ຈຳນວນຢ້ຽມຊົມ 695 ຄັ້ງ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂອຣຮັນ ເອີເຊິກ (Orhan Isik) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ ໃນວັນທີ 17 ມັງກອນນີ້ ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ.
ໃນໂອກາດດັ່ງກ່າວ ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານທູດທີ່ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ ຕວັກກີ ຕະຫຼອດໄລຍະກວ່າຫົກທົດສະວັດແຫ່ງການສ້າງສາຍພົວພັນການທູດນຳກັນຜ່ານມາ. ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະທ່ານທູດມາປະຕິບັດໜ້າທີ່ຢູ່ລາວ ຈະມີການຮ່ວມມືກັນຢ່າງໃກ້ຊິດກັບຂະແໜງການຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ທ່ານ Orhan Isik ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຊົມເຊີຍຜົນສຳເລັດຂອງ ສປປ ລາວ ໃນການປົກປັກຮັກສາ ແລະ ການສ້າງສາພັດທະນາປະ ເທດຕະຫຼອດໄລຍະ 46 ປີ ທີ່ຜ່ານມາ, ພິເສດແມ່ນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມນັ້ນ, ທ່ານທູດໄດ້ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບພາກສ່ວນຕ່າງໆຂອງລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສ ຕວັກກີ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນຕອນທ້າຍ, ທ່ານ ທອງສະຫວັນ ພົມວິຫານ ໄດ້ອວຍພອນໃຫ້ແກ່ ທ່ານ Orhan Isik ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດສູງສົ່ງຂອງທ່ານທູດ ຢູ່ ສປປ ລາວ.
ຂ່າວ-ພາບ: ນາງແສງຈັນ
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10