ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ ມອບເງິນ 5 ຕື້ດົງ ໃຫ້ ສປປ ລາວ
ເຜີຍແຜ່ໂດຍ: admin ເວລາ: 11/03/2022 14:21:02 ຈຳນວນຢ້ຽມຊົມ 1181 ຄັ້ງ ພິທີມອບ-ຮັບເງິນ ຈຳນວນ 5 ຕື້ດົງ ລະຫວ່າງ ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ແລະ 6 ແຂວງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 27 ຕຸລາຜ່ານມານີ້ ທີ່ຫ້ອງປະຊຸມດ່ານສາກົນນໍ້າພາວ-ເກົາແຈວ, ຝ່າຍ ສປປ ລາວ ນຳໂດຍ ທ່ານ ພົຕ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ວ່າການຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ, ຝ່າຍກອງບັນຊາການທະຫານເຂດ 4 ສສ ຫວຽດນາມ ນຳໂດຍທ່ານ ພົຕ ຫງວຽນຊວ້ານແອັງ ກຳມະການສູນກາງພັກ ຄະນະພັກການທະຫານສູນກາງ ຫົວໜ້າກອງບັນຊາການທະຫານເຂດ 4, ມີການນຳຈາກ 6 ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການມອບເງິນໃນຄັ້ງນີ້, ແມ່ນໄດ້ມອບໃຫ້ກະຊວງປ້ອງກັນປະເທດ 2 ຕື້ດົງ, ມອບໃຫ້ແຂວງສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ຊຽງຂວາງ ແລະ ແຂວງໄຊສົມບູນ ແຂວງລະ 500 ລ້ານດົງ. ຮ່ວມລົງນາມເຊັນຮັບເງິນດັ່ງກ່າວ ຕາງໜ້າກະຊວງປ້ອງກັນປະເທດ ໂດຍທ່ານ ພົຕ ຈັນທອງ ສອນຕະອາດ, ເຊັນມອບໂດຍທ່ານ ພົຕ ຫງວຽນຊວ້ານແອັງ. ເຊັນມອບເງິນໃຫ້ 6 ແຂວງໂດຍທ່ານ ພົວ ຮ່າເຕິນຕຽນ ຮອງຫົວໜ້າກອງບັນຊາການທະຫານເຂດ 4 ແລະ ຕາງໜ້າຈາກ 6 ແຂວງເຊັນຮັບ.
ໂອກາດດັ່ງກ່າວນີ້, ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ຕາງໜ້າໃຫ້ຄະນະພັກ-ຄະນະປົກຄອງແຂວງ ຍັງໄດ້ເປັນກຽດມອບໃບກຽດຕິຄຸນຂອງແຂວງໃຫ້ກອງບັນຊາການທະຫານເຂດ 4 ສສຫວຽດນາມ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການພັດທະນາແຂວງບໍລິຄຳໄຊ, ເງິນຈຳນວນ 5 ຕື້ດົງ ທີ່ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ ມອບໃຫ້ຄັ້ງນີ້, ແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ກົມກອງ ແລະ ບັນດາແຂວງຕ່າງໆ. ນອກນັ້ນຍັງເປັນການເສີມຂະຫຍາຍເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
(ຂ່າວ-ພາບ: ສາຍສະໝອນ)
16/07/2026 13:12:35
15/07/2026 16:38:47
08/07/2026 15:10:12
08/07/2026 15:06:51
02/07/2026 14:36:09
10/04/2025 15:37:41
10/04/2025 15:18:32
29/07/2022 15:17:46
23/04/2025 13:17:35
16/07/2025 16:30:18
30/07/2025 16:01:28
13/06/2023 14:17:31
30/05/2023 10:28:03
27/05/2025 15:03:03
03/06/2025 14:03:36
03/10/2025 15:43:46
24/07/2025 13:53:23

