ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ເອກອັກຄະລັດຖະທູດ ສ. ເກົາຫຼີ
ເຜີຍແຜ່ໂດຍ: moderator ເວລາ: 02/07/2026 14:36:09 ຈຳນວນຢ້ຽມຊົມ 46 ຄັ້ງ ໃນວັນທີ 2 ກໍລະກົດ 2026, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຈອງ ຢອງ ຊູ (Jung Yung-soo), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າ ຄຕພ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານ ເອກອັກຄະລັດຖະທູດ ໃນຕະຫຼອດໄລຍະຜ່ານມາ, ໂດຍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສອງປະເທດ ລາວ-ສ. ເກົາຫຼີ ໃນຫຼາຍດ້ານ ເປັນຕົ້ນແມ່ນ ຂະແໜງສາທາລະນະສຸກ, ການຄ້າ-ການລົງທຶນ, ກະສິກຳ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊົນນະບົດ ແລະ ຊັບພະຍາກອນມະນຸດ ໂດຍສະເພາະ ແມ່ນການໃຫ້ທຶນການສຶກສາສໍາລັບນັກສຶກສາ ແລະ ພະນັກງານ-ລັດຖະກອນລາວ ໄປສຶກສາຮໍ່າຮຽນຢູ່ ສ.ເກົາຫຼີ, ລວມທັງ ການຊ່ວຍເຫລືອເພື່ອການພັດທະນາ (ODA) ແລະ ອື່ນໆ ໂດຍຜ່ານກົນໄກການຮ່ວມມື ລະຫວ່າງ ສອງລັດຖະບານ, ອົງການຈັດຕັ້ງສາກົນ ແລະ ການທູດປະຊາຊົນ ໂດຍສະເພາະການຮ່ວມມື ລະຫວ່າງ ສະມາຄົມມິດຕະພາບລາວ-ເກົາຫຼີ ແລະ ສະມາຄົມມິດຕະພາບເກົາຫຼີ-ລາວ ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ທ່ານ Jung Yung-soo ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈ ຕໍ່ພັກ ແລະ ລັດຖະບານລາວ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ໃນໄລຍະການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ນັບແຕ່ປີ 2022 ເປັນຕົ້ນມາ ຈົນສໍາເລັດໜ້າທີ່ຢ່າງຈົບງາມ ແລະ ຫວັງວ່າ ພັກ-ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມືກັບ ທ່ານ ເອກອັກຄະລັດຖະທູດ ສ. ເກົາຫຼີ ຄົນໃໝ່ ທີ່ຈະມາຮັບໜ້າທີ່ຕໍ່ຈາກຕົນ ເພື່ອພ້ອມກັນຊຸກຍູ້, ສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ສືບຕໍ່ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ.
ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບກັນ ໃນການຊຸກຍູ້ການຮ່ວມມືດ້ານພັກ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ບັນດາພັກການເມືອງໃນ ສ. ເກົາຫຼີ ໃນຕໍ່ໜ້າ ເພື່ອເປັນການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືສອງຝ່າຍໃຫ້ກ້ວາງຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ສປປ ລາວ-ສ. ເກົາຫຼີ.
ໃນຕອນທ້າຍ, ທ່ານ ຫົວໜ້າ ຄຕພ ໄດ້ອວຍພອນໃຫ້ ທ່ານ ເອກອັກຄະລັດຖະທູດ ຈົງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານໃໝ່ທີ່ໄດ້ຮັບມອບໝາຍ, ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ຫວັງວ່າ ທ່ານທູດ ຈະມີຄວາມຊົງຈໍາອັນດີ ແລະ ກັບຄືນມາຢ້ຽມຢາມ ສປປ ລາວ ອີກໃນອະນາຄົດ.
02/07/2026 14:36:09
01/07/2026 19:59:44
30/06/2026 16:43:50
30/06/2026 16:30:03
30/06/2026 13:00:43
29/06/2026 10:01:12
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
10/04/2025 15:18:32
30/05/2023 10:28:03
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23
30/03/2023 15:30:06
27/05/2025 15:03:03



