ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ຄະນະຜູ້ແທນ ກະຊວງການຕ່າງປະເທດຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 10/07/2025 10:39:02 ຈຳນວນຢ້ຽມຊົມ 40 ຄັ້ງ ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2025, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນແມ້ງເກືອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 8-9 ກໍລະກົດ 2025.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກ ແລະ ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 10 ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສສ ຫວຽດນາມ ຂອງ ສະຫາຍ ຫງວຽນແມ້ງເກືອງ, ພ້ອມທັງສະແດງຄວາມປິຕິຍິນດີທີ່ໄດ້ຕ້ອນຮັບ ຄະນະຜູ້ແທນ ມາຢ້ຽມຢາມ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ກາານຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ລະຫວ່າງ ສອງອົງການ ທີ່ເຮັດໜ້າທີ່ວຽກງານພົວພັນຕ່າງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານ.
ສອງຝ່າຍ ໄດ້ຮ່ວມກັນຕີລາຄາຄືນ ການພົວພັນຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ໃນເມື່ອກ່ອນ ກໍຄື ກະຊວງການຕ່າງປະເທດຫວຽດນາມ ໃນປະຈຸບັນ, ໂດຍໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ສອງພັກ, ສອງລັດ ກໍຄື ທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການປະສານສົມທົບໃຫ້ແໜ້ນແຟ້ນ ໃນການກະກຽມໃຫ້ແກ່ການຢ້ຽມຢາມທາງການ, ການພົບປະຂອງການນໍາຂັ້ນສູງ; ການຮ່ວມກັນຈັດກິດຈະກໍາການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະ ຫຼອງວັນສໍາຄັນຂອງສອງພັກ, ສອງປະເທດ; ການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນຖອດຖອດບົດຮຽນ ທາງດ້ານທິດສະດີ ແລະ ພຶດຕິກໍາ, ຈັດຊຸດບໍາລຸງ ແລະ ຝຶກອົບຮົມ ໃຫ້ແກ່ພະນັກງານລາວຂັ້ນຕ່າງໆ; ລວມທັງການປະສານສົມທົບຕິດຕາມ, ຊຸກຍູ້ ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ໃນການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ລາວ-ຫວຽດນາມ ໃຫ້ເປັນຮູບປະທໍາ.
11/07/2025 15:25:24
11/07/2025 08:55:37
10/07/2025 10:39:02
09/07/2025 08:55:23
09/07/2025 08:39:59
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46